ເຂົ້າສູ່ລະບົບ | ລົງທະບຽນ

ກູ້ຄືນລະຫັດຜ່ານ

ກະລຸນາກອກເບີໂທລະສັບທີ່ທ່ານໃຊ້ລົງທະບຽນ ເພື່ອຂໍຣີເຊັດລະຫັດຜ່ານ.

ເງື່ອນໄຂ ແລະ ຂໍ້ກຳນົດການບໍລິການ

ອັບເດດລ້າສຸດ: 26 ພຶດສະພາ 2026

ກະລຸນາອ່ານເງື່ອນໄຂ ແລະ ຂໍ້ກຳນົດນີ້ຢ່າງລະອຽດກ່ອນການຊຳລະເງິນ. ເມື່ອທ່ານຕິກຍອມຮັບ ແລະ ດຳເນີນການຕໍ່, ຖືວ່າທ່ານໄດ້ຍອມຮັບຂໍ້ຕົກລົງເຫຼົ່ານີ້ທຸກປະການ.

1. ການຊຳລະເງິນ ແລະ ຄວາມຖືກຕ້ອງ

ຜູ້ໃຊ້ບໍລິການຈະຕ້ອງກວດສອບຍອດເງິນ, ຊື່ບັນຊີປາຍທາງ, ແລະ ລາຍລະອຽດທັງໝົດໃຫ້ຖືກຕ້ອງກ່ອນການສະແກນໂອນເງິນ. ທາງລະບົບຈະບໍ່ຮັບຜິດຊອບຕໍ່ຄວາມຜິດພາດທີ່ເກີດຈາກການໃສ່ຂໍ້ມູນ ຫຼື ໂອນເງິນຜິດບັນຊີໂດຍຜູ້ໃຊ້ເອງ.

2. ການຢືນຢັນທຸລະກຳ

  • ຫຼັງຈາກໂອນເງິນສຳເລັດ, ລະບົບຈະໃຊ້ເວລາໃນການกວດສອບທຸລະກຳໂດຍອັດຕະໂນມັດ (ຫຼື ຜ່ານເຈົ້າໜ້າທີ່) ພາຍໃນ 5-15 ນາທີ.
  • ໃນກໍລະນີທີ່ລະບົບມີບັນຫາ ຫຼື ເງິນບໍ່ເຂົ້າ, ຜູ້ໃຊ້ຕ້ອງເກັບຫຼັກຖານ (Slip) ການໂອນເງິນໄວ້ເພື່ອຢືນຢັນກັບທີມງານ support.

3. ນະໂຍບາຍການຄືນເງິນ (Refund Policy)

ທຸກໆທຸລະກຳທີ່ການຊຳລະເງິນສຳເລັດສົມບູນແລ້ວຈະບໍ່ສາມາດຂໍຄືນເງິນໄດ້ ເວັ້ນເສຍແຕ່ມີເຫດຜົນອັນສົມຄວນ ຫຼື ເປັນຄວາມຜິດພາດທີ່ເກີດຈາກລະບົບຂອງພວກເຮົາໂດຍກົງ ເຊິ່ງຈະຖືກພິຈາລະນາເປັນກໍລະນີໄປ.

4. ການຮັກສາຄວາມປອດໄພຂອງຂໍ້ມູນ

ພວກເຮົາໃຫ້ຄວາມສຳຄັນກັບຂໍ້ມູນສ່ວນຕົວຂອງທ່ານ. ຂໍ້ມູນການຊຳລະເງິນ ແລະ ປະຫວັດຂອງທ່ານຈະຖືກເກັບຮັກສາໄວ້ເປັນຄວາມລັບ ພາຍໃຕ້ມາດຕະຖານຄວາມປອດໄພສູງສຸດ ແລະ ຈະບໍ່ຖືກນຳໄປເປີດເຜີຍແກ່ບຸກຄົນພາຍນອກ.

5. ເງື່ອນໄຂສຳລັບການສັ່ງຊື້ແບບຈ່າຍເງິນປາຍທາງ (COD)

  • ສຳລັບຄຳສັ່ງຊື້ແບບຈ່າຍເງິນປາຍທາງ ເມື່ອທ່ານຢືນຢັນຄຳສັ່ງແລ້ວ ຖືວ່າທ່ານຕົກລົງຮັບສິນຄ້າຕາມຄຳສັ່ງດັ່ງກ່າວ.
  • ກໍລະນີປະຕິເສດຮັບສິນຄ້າໂດຍບໍ່ມີເຫດຜົນອັນສົມຄວນ ຫຼື ບໍ່ໄປຮັບສິນຄ້າຕາມທີ່ໄດ້ສັ່ງ ຮ້ານຄ້າຂໍສະຫງວນສິດໃນການເກັບຄ່າຊົດເຊີຍຄວາມເສຍຫາຍ ເປັນຈຳນວນ 30% ຂອງມູນຄ່າສິນຄ້າ .

6. ເງື່ອນໄຂການກວດຮັບ ແລະ ປ່ຽນຄືນສິນຄ້າ

  • ກ່ອນຮັບສິນຄ້າ ຫຼື ກ່ອນແກະຫີບຫໍ່ ກະລຸນາບັນທຶກວິດີໂອຕັ້ງແຕ່ກ່ອນເປີດພັດສະດຸຈົນເຫັນສິນຄ້າພາຍໃນຢ່າງຊັດເຈນ.
  • ກໍລະນີສິນຄ້າເສຍຫາຍ, ບໍ່ຄົບ, ຫຼື ສົ່ງຜິດລາຍການ ການຂໍປ່ຽນ ຫຼື ຄືນສິນຄ້າຈະຕ້ອງມີວິດີໂອດັ່ງກ່າວເປັນຫຼັກຖານ. ຫາກບໍ່ມີຫຼັກຖານວິດີໂອ ທາງຮ້ານຂໍສະຫງວນສິດໃນການບໍ່ຮັບພິຈາລະນາຄຳຮ້ອງຂໍດັ່ງກ່າວ.

7. ການປ່ຽນແປງເງື່ອນໄຂ

ທາງລະບົບຂໍສະຫງວນສິດໃນການປ່ຽນແປງ, ແກ້ໄຂ ຫຼື ເພີ່ມເຕີມເງື່ອນໄຂການບໍລິການນີ້ໄດ້ທຸກເວລາ ໂດຍບໍ່ຈຳເປັນຕ້ອງແຈ້ງໃຫ້ຊາບລ່ວງໜ້າ.

Footer
ໜ້າຫຼັກ
ແຊັດ
ສິນຄ້າທັງໝົດ
ລາຍການໂປຣດ
ຂ້ອຍ